Alanh ICT ປຶກສາຟຣີ
ເມນູ

ALANH ICT / DEVELOPER ACCOUNT SERVICES

ບັນຊີຂອງທ່ານ.
ກ້າວຕໍ່ໄປ
ຂອງທຸລະກິດ.

ຊ່ວຍຂໍເລກ D-U-N-S ແລະ ລົງທະບຽນ Apple Developer ກັບ Google Play ປະເພດອົງກອນ — ຈາກການກຽມເອກະສານ ຈົນເຖິງການຕິດຕາມຢືນຢັນ.

ທ່ານເປັນເຈົ້າຂອງບັນຊີ · ເຮົາຊ່ວຍດູແລຂັ້ນຕອນ

ສຳລັບບັນຊີອົງກອນ ລາຄາ ແລະ ຂອບເຂດຊັດເຈນ ປຶກສາເປັນພາສາລາວ

LESS COMPLEXITY. MORE POSSIBILITY.

ເລື່ອງບັນຊີທີ່ຊັບຊ້ອນ
ມີຄົນຊ່ວຍດູແລ.

ທ່ານມີແຜນສຳລັບແອັບຂອງທຸລະກິດແລ້ວບໍ? ເຮົາຊ່ວຍກວດຄວາມພ້ອມ, ກຽມຂໍ້ມູນ ແລະ ປະສານການລົງທະບຽນ ເພື່ອໃຫ້ທ່ານເຂົ້າໃຈ ແລະ ກ້າວຕໍ່ໄປໄດ້ໃນແຕ່ລະຂັ້ນຕອນ.

CONNECT · SOLVE · GROW

Alanh ICT ໃຫ້ບໍລິການຊ່ວຍຂໍເລກ D-U-N-S, ລົງທະບຽນ Apple Developer ແລະ Google Play ພ້ອມແນະນຳທຸກຂັ້ນຕອນ

THE RIGHT START / ເລືອກໃຫ້ເໝາະກັບທ່ານ

ທຸກກ້າວຕໍ່ໄປ
ມີແພັກເກດທີ່ເໝາະສົມ.

ເລືອກຕາມຄວາມພ້ອມຂອງບໍລິສັດ.
ເລີ່ມຄົບຊຸດ ຫຼື ເລືອກສະເພາະບໍລິການທີ່ທ່ານຕ້ອງການ.

PACKAGE / 02ກຽມຕົວຕົນທຸລະກິດ

ຊ່ວຍຂໍເລກ D-U-N-S

ສຳລັບທຸລະກິດທີ່ຕ້ອງການເລກ D-U-N-S ຫຼື ກຽມລົງທະບຽນບັນຊີນັກພັດທະນາໃນຂັ້ນຕໍ່ໄປ.

4,500,000ກີບ

ຄ່າປະສານງານ Alanh ICT · ຂໍເລກຜ່ານຊ່ອງທາງຟຣີ

  • ກວດວ່າບໍລິສັດມີເລກຢູ່ແລ້ວຫຼືບໍ່
  • ກວດຊື່, ທີ່ຢູ່ ແລະ ກຽມຄຳຂໍ
  • ຊ່ວຍຍື່ນຜ່ານຊ່ອງທາງຟຣີ ແລະ ປະສານງານກັບ D&B
  • ຕິດຕາມ ແລະ ຊ່ວຍຕອບຂໍ້ມູນເພີ່ມເຕີມ

ສິ່ງທີ່ທ່ານຈະໄດ້ຮັບສົ່ງມອບເລກ D-U-N-S ແລະ ຂໍ້ມູນທີ່ຢືນຢັນແລ້ວ. ຖ້າມີເລກຢູ່ແລ້ວ ຈະຢືນຢັນຂອບເຂດວຽກກ່ອນເລີ່ມ.

ເອກະສານ ແລະ ສິ່ງທີ່ຕ້ອງກຽມ
  • ໃບທະບຽນທຸລະກິດ ພ້ອມຊື່ ແລະ ທີ່ຢູ່ທີ່ຖືກຕ້ອງ
  • ຊື່ຜູ້ປະສານງານ, ເບີໂທ ແລະ ອີເມວທີ່ຕິດຕໍ່ໄດ້
  • ຂໍ້ມູນອື່ນຕາມທີ່ D&B ຮ້ອງຂໍ
ສົນໃຈແພັກເກດ 02 · WhatsApp
PACKAGE / 03ມີ D-U-N-S ແລ້ວ

Apple + Google Play

ສຳລັບບໍລິສັດທີ່ມີເລກ D-U-N-S ແລ້ວ ແລະ ຕ້ອງການບັນຊີອົງກອນທັງສອງລະບົບ.

6,500,000ກີບ

ຄ່າບໍລິການ Alanh ICT · ຄ່າທຳນຽມລະບົບແຍກຕ່າງຫາກ

ປະຢັດ 1,000,000 ກີບ ຈາກການເລືອກແຍກ 2 ບໍລິການ

  • ລວມຂອບເຂດແພັກເກດ Apple ແລະ Google Play
  • ກຽມເອກະສານຮ່ວມກັນສຳລັບບໍລິສັດດຽວ
  • ປະສານການລົງທະບຽນ ແລະ ການຢືນຢັນ
  • ຕິດຕາມທັງສອງບັນຊີ ແລະ ແນະນຳການເຂົ້າໃຊ້

ສິ່ງທີ່ທ່ານຈະໄດ້ຮັບບັນຊີອົງກອນທັງສອງເປີດໃຊ້ໄດ້ ແລະ ສົ່ງມອບໃຫ້ທ່ານ. ບໍ່ລວມການຂໍເລກ D-U-N-S ໃໝ່.

ເອກະສານ ແລະ ສິ່ງທີ່ຕ້ອງກຽມ
  • ເລກ D-U-N-S ທີ່ໃຊ້ໄດ້ ສຳລັບນິຕິບຸກຄົນດຽວກັນ
  • ເວັບໄຊ, ອີເມວບໍລິສັດ ແລະ ຜູ້ຕາງໜ້າທີ່ມີອຳນາດ
  • ກຽມບັນຊີ ແລະ ວິທີຊຳລະຕາມແພັກເກດ 04 ແລະ 05
ສົນໃຈແພັກເກດ 03 · WhatsApp
PACKAGE / 04ມີ D-U-N-S ແລ້ວ

Apple Developer

ສຳລັບບໍລິສັດທີ່ຕ້ອງການ Apple Developer Program ປະເພດອົງກອນ ພາຍໃຕ້ຊື່ຂອງຕົນເອງ.

4,000,000ກີບ

ຄ່າບໍລິການ Alanh ICT · ຄ່າທຳນຽມລະບົບແຍກຕ່າງຫາກ

  • ກວດບໍລິສັດ, D-U-N-S, ເວັບໄຊ ແລະ ອີເມວ
  • ແນະນຳກຽມ Apple Account ແລະ ການຢືນຢັນ 2 ຂັ້ນຕອນ
  • ຊ່ວຍກຽມຄຳຂໍ ແລະ ປະສານການຢືນຢັນກັບ Apple
  • ຕິດຕາມຜົນ ແລະ ແນະນຳ App Store Connect

ສິ່ງທີ່ທ່ານຈະໄດ້ຮັບສະມາຊິກອົງກອນເປີດໃຊ້ແລ້ວ ແລະ ທ່ານເຂົ້າໃຊ້ບັນຊີໄດ້. ບໍ່ລວມ D-U-N-S ໃໝ່ ຫຼື ການສົ່ງແອັບຂຶ້ນຮ້ານ.

ເອກະສານ ແລະ ສິ່ງທີ່ຕ້ອງກຽມ
  • ນິຕິບຸກຄົນ ແລະ D-U-N-S ທີ່ກົງກັບຂໍ້ມູນຈົດທະບຽນ
  • ເວັບໄຊທີ່ໃຊ້ງານໄດ້ ແລະ ອີເມວຕາມຊື່ໂດເມນ
  • ຜູ້ມີອຳນາດຍອມຮັບຂໍ້ຕົກລົງ, Apple Account ແລະ ວິທີຊຳລະຄ່າສະມາຊິກ
ສົນໃຈແພັກເກດ 04 · WhatsApp
PACKAGE / 05ມີ D-U-N-S ແລ້ວ

Google Play

ສຳລັບບໍລິສັດທີ່ຕ້ອງການ Google Play Console ປະເພດອົງກອນ ພາຍໃຕ້ຊື່ຂອງຕົນເອງ.

3,500,000ກີບ

ຄ່າບໍລິການ Alanh ICT · ຄ່າທຳນຽມລະບົບແຍກຕ່າງຫາກ

  • ກວດຂໍ້ມູນບໍລິສັດ, D-U-N-S ແລະ ເອກະສານ
  • ຊ່ວຍລົງທະບຽນ ແລະ ກວດໂປຣໄຟລ໌ການຊຳລະ
  • ແນະນຳການຢືນຢັນອີເມວ, ເບີໂທ ແລະ ຕົວຕົນ
  • ຕິດຕາມການກວດສອບ ແລະ ແນະນຳ Play Console

ສິ່ງທີ່ທ່ານຈະໄດ້ຮັບບັນຊີອົງກອນຢືນຢັນແລ້ວ ແລະ ທ່ານເຂົ້າໃຊ້ Play Console ໄດ້. ບໍ່ລວມ D-U-N-S ໃໝ່, ທົດສອບ ຫຼື ສົ່ງແອັບຂຶ້ນຮ້ານ.

ເອກະສານ ແລະ ສິ່ງທີ່ຕ້ອງກຽມ
  • D-U-N-S ທີ່ຊື່ ແລະ ທີ່ຢູ່ກົງກັບເອກະສານ
  • ບັນຊີ Google ທີ່ທ່ານຄວບຄຸມ, ເວັບໄຊ, ອີເມວ ແລະ ເບີໂທ
  • ຜູ້ຕາງໜ້າ, ເອກະສານຢືນຢັນ ແລະ ວິທີຊຳລະທີ່ Google ຮອງຮັບ
ສົນໃຈແພັກເກດ 05 · WhatsApp

ລາຄາສຳລັບກໍລະນີທົ່ວໄປຂອງບໍລິສັດໜຶ່ງແຫ່ງ · ຢືນຢັນຂອບເຂດໃນໃບສະເໜີລາຄາກ່ອນເລີ່ມວຽກ

CLEAR FROM THE START

ຄ່າທຳນຽມຂອງລະບົບ

ຄ່າທຳນຽມດ້ານລຸ່ມນີ້ ຈ່າຍແຍກຈາກຄ່າບໍລິການ Alanh ICT.

D-U-N-S

US$0 / ຊ່ອງທາງຟຣີ

ຂໍ້ມູນການຂໍເລກ ↗

Apple Developer Program

US$99 / ປີ

ອ້າງອີງຈາກ Apple ↗

Google Play Console

US$25 / ຄັ້ງດຽວ

ອ້າງອີງຈາກ Google ↗

ການຂໍເລກ D-U-N-S ຜ່ານຊ່ອງທາງຟຣີບໍ່ມີຄ່າອອກເລກ; ຄ່າບໍລິການແມ່ນຄ່າກຽມຂໍ້ມູນ, ປະສານງານ ແລະ ຕິດຕາມ. ອ້າງອີງຄ່າທຳນຽມວັນທີ 7 ຕຸລາ 2026. ຈຳນວນຈ່າຍຈິງເປັນກີບຂຶ້ນກັບອັດຕາຂອງທະນາຄານ / ບັດ, ພາກພື້ນ, ພາສີ ແລະ ຄ່າທຳນຽມທີ່ກ່ຽວຂ້ອງ.

FROM FIRST CONVERSATION TO HANDOVER

ເຂົ້າໃຈທຸກຂັ້ນຕອນ.
ມີເຮົາຊ່ວຍປະສານງານ.

  1. ປຶກສາ ແລະ ເລືອກ

    ບອກຄວາມຕ້ອງການ, ກວດຄວາມພ້ອມ ແລະ ຢືນຢັນແພັກເກດທີ່ເໝາະກັບທ່ານ.

  2. ກຽມຂໍ້ມູນ

    ກວດເອກະສານ, ຊື່ ແລະ ທີ່ຢູ່ໃຫ້ກົງກັນ. ດຳເນີນການ D-U-N-S ກ່ອນ ຖ້າຍັງບໍ່ມີ.

  3. ລົງທະບຽນ ແລະ ຢືນຢັນ

    ຊ່ວຍຍື່ນຂໍ້ມູນ, ປະສານການຢືນຢັນ ແລະ ຕິດຕາມຮ່ວມກັບທ່ານຕາມແພັກເກດ.

  4. ກວດ ແລະ ສົ່ງມອບ

    ກວດຜົນ ແລະ ການເຂົ້າໃຊ້, ສົ່ງມອບຂໍ້ມູນ ພ້ອມຄຳແນະນຳເບື້ອງຕົ້ນ.

ກຽມຫຍັງກ່ອນເລີ່ມ?

ກຽມຂໍ້ມູນພື້ນຖານເຫຼົ່ານີ້ ແລ້ວທັກມາກວດຄວາມພ້ອມນຳກັນ.

  • ໃບທະບຽນ ແລະ ຂໍ້ມູນບໍລິສັດ
  • ຜູ້ຕາງໜ້າທີ່ມີອຳນາດຢືນຢັນ
  • ເວັບໄຊ ແລະ ອີເມວບໍລິສັດ
  • ບັນຊີ ແລະ ວິທີຊຳລະທີ່ຮອງຮັບ

A LITTLE MORE CLARITY

ກ່ອນທີ່ທ່ານ
ຈະເລີ່ມຕົ້ນ.

ຄຳຕອບສຳລັບຄຳຖາມທີ່ພົບເລື້ອຍ. ຖ້າກໍລະນີຂອງທ່ານຕ່າງອອກໄປ ເຮົາພ້ອມຊ່ວຍກວດເບິ່ງ.

ສອບຖາມເພີ່ມເຕີມ
ຕ້ອງມີບໍລິສັດກ່ອນບໍ?

ແພັກເກດນີ້ເນັ້ນບັນຊີປະເພດອົງກອນ. ທ່ານຕ້ອງມີທຸລະກິດທີ່ຈົດທະບຽນ ແລະ ມີສະຖານະນິຕິບຸກຄົນທີ່ເໝາະສົມ. ຖ້າຍັງບໍ່ແນ່ໃຈ ທັກມາປຶກສາໃຫ້ເຮົາກວດຄວາມພ້ອມກ່ອນ.

ມີ D-U-N-S ແລ້ວ ຄວນເລືອກແພັກເກດໃດ?

ເລືອກແພັກເກດ 03 ສຳລັບ Apple ແລະ Google Play, ຫຼື 04 / 05 ຖ້າຕ້ອງການພຽງລະບົບດຽວ. ເລກ D-U-N-S ຕ້ອງໃຊ້ໄດ້ ແລະ ກົງກັບຊື່ ແລະ ທີ່ຢູ່ຂອງບໍລິສັດ.

ຂໍເລກ D-U-N-S ຟຣີ ແລ້ວຄ່າບໍລິການແມ່ນຫຍັງ?

ການຂໍເລກຜ່ານຊ່ອງທາງຟຣີບໍ່ມີຄ່າອອກເລກ. ຄ່າ 4,500,000 ກີບ ແມ່ນຄ່າກວດ ແລະ ກຽມຂໍ້ມູນ, ປະສານງານ, ຊ່ວຍຕອບຂໍ້ມູນເພີ່ມ ແລະ ຕິດຕາມຄຳຂໍຂອງ Alanh ICT.

ມີຄ່າໃຊ້ຈ່າຍອື່ນເພີ່ມບໍ?

ຄ່າທຳນຽມ Apple ແລະ Google ຈ່າຍແຍກຈາກຄ່າບໍລິການ. ການແປ ຫຼື ຮັບຮອງເອກະສານ, ແກ້ບັນຫາບັນຊີເກົ່າ, ສ້າງເວັບໄຊ, ພັດທະນາ ຫຼື ສົ່ງແອັບຂຶ້ນຮ້ານ ຈະສະເໜີລາຄາແຍກກ່ອນເລີ່ມວຽກ.

ໃຊ້ເວລາດົນປານໃດ? ຮັບປະກັນການອະນຸມັດບໍ?

ໄລຍະເວລາ ແລະ ການອະນຸມັດຂຶ້ນກັບ D&B, Apple ແລະ Google. ເຮົາຊ່ວຍຕິດຕາມຕາມຂອບເຂດທີ່ຕົກລົງ ແຕ່ບໍ່ຮັບປະກັນວັນສຳເລັດ ຫຼື ຜົນອະນຸມັດ. ຖ້າພົບບັນຫາຄຸນສົມບັດ ຫຼື ການປະຕິເສດ ຈະແຈ້ງເຫດຜົນ ແລະ ທາງເລືອກໃຫ້ທ່ານ.

ໃຜເປັນເຈົ້າຂອງບັນຊີ?

ທ່ານເປັນເຈົ້າຂອງບັນຊີ ແລະ ຄວບຄຸມສິດຫຼັກ, ອີເມວ, ເບີໂທ ແລະ ຊ່ອງທາງກູ້ຄືນ. Alanh ICT ຊ່ວຍປະສານງານ ແລະ ແນະນຳ; ຜູ້ມີອຳນາດຂອງບໍລິສັດຈະຮ່ວມຢືນຢັນ ແລະ ຍອມຮັບຂໍ້ຕົກລົງ.

ລວມການພັດທະນາ ຫຼື ສົ່ງແອັບຂຶ້ນຮ້ານບໍ?

ຂອບເຂດນີ້ແມ່ນການກຽມ ແລະ ລົງທະບຽນບັນຊີອົງກອນ. ການພັດທະນາ, ທົດສອບ ແລະ ສົ່ງແອັບຂຶ້ນ App Store / Google Play ແມ່ນບໍລິການແຍກຕ່າງຫາກ.

ຊຳລະເງິນ ຫຼື ຍົກເລີກບໍລິການແນວໃດ?

ທັກ WhatsApp ເພື່ອກວດຄວາມພ້ອມ ແລະ ຂໍໃບສະເໜີລາຄາ. ກຳນົດການຊຳລະ, ການຍົກເລີກ ແລະ ການຄືນເງິນ ຈະລະບຸໃນໃບສະເໜີລາຄາຂອງທ່ານກ່ອນເລີ່ມວຽກ.

LET’S TAKE THE NEXT STEP

ທຸລະກິດຂອງທ່ານ
ພ້ອມສຳລັບກ້າວຕໍ່ໄປແລ້ວບໍ?

ບອກເຮົາວ່າທ່ານຢູ່ຂັ້ນຕອນໃດ. ເຮົາຈະຊ່ວຍເບິ່ງຄວາມພ້ອມ ແລະ ແນະນຳແພັກເກດທີ່ເໝາະສົມ — ປຶກສາຟຣີ.